20/09/2024

ພິທີປິດກອງປະຊຸມເຈົ້າຄອງນະຄອນຫຼວງອາຊຽນ (MGMAC) ກອງປະຊຸມເວທີເຈົ້ານະຄອນອາຊຽນ (AMF) ແລະ ກອງປະຊຸມເຄືອຂ່າຍບັນດານະຄອນອາຊີຕາເວັນອອກສ່ຽງໃຕ້ຂອງສະມາຄົມບັນດາເຈົ້າຄອງນະ ຄອນທີ່ນໍາໃຊ້ພາສາຝຣັ່ງຈັດຂຶ້ນໃນວັນທີ 19 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ (ນວ) ເປັນປະທານຂອງທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງ ນວ ມີບັນດາຄະນະຜູ້ ແທນນະຄອນຫຼວງອາຊຽນ ແລະ ນະຄອນອາຊຽນ ພ້ອມ ດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ອາດສະພັງທອງ ສີພັນດອນ ກ່າວວ່າ: ເພື່ອແບ່ງປັນບົດຮຽນການປະຕິບັດຕົວຈິງທີ່ສໍາຄັນ ໃຫ້ກອງປະຊຸມໃນຄັ້ງນີ້ເບິ່ງລວມແລ້ວການປຶກສາຫາລືການແລກປ່ຽນປະສົບ ການ ແລະ ການສະໜອງຂໍ້ມູນຕາມຄໍາຂວັນເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມເເຂງເພື່ອການພັດທະນາເເບບຍືນຍົງຂອງບັນດານະຄອນອາຊຽນ ແລະ 5 ຫົວຂໍ້ ຕົວເມືອງທີ່ໜ້າຢູ່ ແລະ ຍືນຍົງ ການທ່ອງທ່ຽວສີຂຽວ” ການພັດທະນາເສດຖະກິດແບບຍືນຍົງ ຕົວເມືອງທີ່ມີຄວາມຍືນຍົງດ້ານສິ່ງແວດລ້ອມ ແລະ ຄວາມເຂັ້ມແຂງທົນທານຕໍ່ການປ່ຽນແປງສະພາບອາກາດທີ່ໄດ້ຍົກຂຶ້ນມາແມ່ນດີຫຼາຍ ແລະ ມີຄວາມໝາຍສໍາຄັນຢ່າງຍິ່ງ ເຊິ່ງສ່ອງ ແສງເຖິງຄວາມຈໍາເປັນທີ່ຕ້ອງໄດ້ມີການເພີ່ມທະວີການຕໍ່ການເຊື່ອມຈອດຂອງບັນດານະຄອນອາຊຽນ ເພື່ອສ້າງຄວາມເຂັ້ມແຂງຮ່ວມກັນໃນອານາຄົດ.
ໂອກາດນີ້ທ່ານ ອາດສະພັງທອງ ສີພັນດອນ ກໍໄດ້ສະແດງຄວາມຂອບໃຈຕໍ່ການໃຫ້ແນວຄວາມຄິດ ຂໍ້ສະເໜີແນະຢ່າງຫ້າວຫັນຂອງບັນດາຜູ້ເຂົ້າຮ່ວມເປັນຕົ້ນຂອງບັນດານະຄອນພັດທະນາແລ້ວທີ່ມີປະສົບການຫຼາຍໃນການພັດ ທະນາຕົວເມືອງ ແລະ ຊົມເຊີຍບັນດານະຄອນທີ່ໄດ້ຮ່ວມ ກັນປະກອບຄໍາເຫັນໃນກອງປະຊຸມຄັ້ງນີ້ ແລະ ຫວັງວ່າບັນດານະຄອນຈະຫາຊ່ອງທາງຊ່ວຍເຫຼືອເຊິ່ງກັນ ແລະ ກັນເພື່ອຮັດແຄບຄວາມແຕກໂຕນກັນດ້ານຄຸນນະພາບຊິວິດຂອງຊາວເມືອງ ແລະ ຊາວນະຄອນອາຊຽນໃຫ້ດີຂຶ້ນຢ່າງບໍ່ຢຸດຢັ້ງ.
ການເຊື່ອມຈອດອາຊຽນແມ່ນຄວາມຮຽກຮ້ອງຕ້ອງການບໍ່ພຽງແຕ່ແມ່ນພາກລັດຖະບານຂັ້ນສູນກາງ ຫາກຍັງແມ່ນຂັ້ນທ້ອງຖິ່ນ ແລະ ປະຊາຊົນອາຊຽນອີກດ້ວຍ ສະນັ້ນ ນະ ຄອນຫຼວງວຽງຈັນຈຶ່ງເຫັນແຈ້ງຄວາມຮັບຜິດຊອບ ແລະ ພັນທະໜ້າທີ່ຂອງຕົນໃນພາລະກິດການເຊື່ອມຈອດອາ ຊຽນ ເຊິ່ງພັນທະໜ້າທີ່ສຳຄັນກໍແມ່ນບໍ່ພຽງແຕ່ຈະສ້າງນະ ຄອນໃຫ້ເປັນນະຄອນທີ່ມີຄວາມຍືນຍົງ ຫາກຍັງຕ້ອງເປັນນະຄອນທີ່ໜ້າຢູ່ ທັງຮັບປະກັນຄວາມປອດໄພຈາກການ ປ່ຽນແປງສະພາບອາກາດ ສີຂຽວ ແລະ ມີຄວາມສີວິໄລອີກດ້ວຍ.
ພ້ອມກັນັ້ນ ທ່ານ ອາດສະພັງທອງ ສີພັນດອນ ຍັງໄດ້ສະ ແດງຄວາມປິຕິຍິນດີເປັນຢ່າງຍິ່ງຕໍ່ບັນດາຄະນະຜູ້ແທນຂອງນະຄອນຫຼວງອາຊຽນ ນະຄອນຫຼວງອາຊຽນ ແລະ ນັກວິຊາການ ຜູ້ບັນທະຍາຍຈາກທົ່ວໂລກທັງຫຼາຍ ຈາກ ນັ້ນກໍໄດ້ມອບທຸງເຈົ້າພາບຈັດກອງປະຊຸມເຈົ້າຄອງນະ ຄອນຫຼວງອາຊຽນ ແລະ ກອງປະຊຸມເວທີເຈົ້ານະຄອນອາ ຊຽນ ໃຫ້ນະຄອນຫຼວງກົວລາລໍາເປີ ປະເທດມາເລເຊຍທີ່ຈະເປັນເຈົ້າພາບໃນປີ 2025.
![]() |
![]() |
![]() |