18/09/2024

ກອງປະຊຸມເວທີເຈົ້ານະຄອນອາຊຽນ (AMF) ປີ 2024 ພາຍໃຕ້ຄໍາຂັວນ“ເພີີ່ມທະວີການເຊີ່ອມຈອດ ແລະ ຄວາມ ເຂັ້ມແຂງເພື່ອການພັດທະນາແບບຍນຍົງຂອງບັນດານະ ຄອນອາຊຽນ ຈັດຂຶ້ນວັນທີ 18 ກັນຍາ 2024 ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ເປັນປະທານຂອງທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງເປັນກຽດເຂົ້າຮ່ວມຂອງທ່ານ ສອນໄຊ ສີພັນດອນ ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ມີບັນດາທ່ານເຈົ້າຄອງ ຮອງເຈົ້າຄອງນະຄອນຫຼວງອາຊຽນ ແລະ ບັນດາທ່ານເຈົ້ານະ ຄອນ-ເຈົ້າເມືອງຂອງປະເທດສະມາຊິກອາຊຽນ ແລະ ນະ ຄອນຫຼວງດີລີຂອງຕີມໍແລັດສະເຕ ເລຂາທິການໃຫຍ່ອາ ຊຽນ ປະທານອົງການ ແລະ ເລທິການຂອງ ອົງການຕົວ ເມືອງ ແລະ ການປົກຄອງທ້ອງຖິ່ນອາຊີປາຊີຟິກ ພ້ອມ ດ້ວຍຜູ້ແທນຂັ້ນສູງຂອງເຄື່ອຂ່າຍບັນດານະຄອນອາຊີຕາ ເວັນອອກສ່ຽງໃຕ້ຂອງສະມາຄົມບັນດານະຄອນທີ່ນໍາໃຊ້ພາສາຝຣັ່ງ ແລະ ພາກສ່ວນກ່ຽວຂ້ອງ.
ໃນກອງປະຊຸມທ່ານ ສອນໄຊ ສີພັນດອນ ໄດ້ກ່າວເປີດ ແລະ ໄດ້ຕີລາຄາສູງຕໍ່ກອງປະຊຸມ ໃນຄັ້ັ້ງນີ້ເຊິິ່ງຈະເປັນໂອ ກາດອັນດີສໍາລັບບັນດາເຈົ້າຄອງນະຄອນຫຼວງອາຊຽນ ແລະ ເຈົ້ານະຄອນອາຊຽນໃນການຈັດຕັ້ງຜັນຂະຫຍາຍຄໍາໝາຍໝັ້ນຂອງຕົນໃນກອງປະຊຸມຄັ້ງຜ່ານມາເຂົ້າໃນວຽກ ງານການພັດທະນາຕົວເມືອງໃຫ້ທັນສະໄໝ ໜ້າຢູ່ ແລະ ຍືນຍົງ ໂດຍສະເພາະການສ້າງຄວາມເຂັ້ມແຂງໃນການ ຮ່ວມມືແລກປ່ຽນຂໍ້ມູນ ແລະ ບົດຮຽນການຈັດຕັ້ງປະຕິ ບັດຕົວຈິງໃນການພັດທະນາ ແລະ ແກ້ໄຂບັນຫາ ແລະ ສິິ່ງທ້າທາຍຕ່າງໆໃນຕົວເມືອງ ເພື່ອເຮັດໃຫ້ການຮ່ວມມືກັນກ້າວໄປສູ່ລວງເລິກ ແລະ ເປັນຮູບປະທໍາ ພ້ອມທັງເຊື່ອ ໝັ້ນວ່າບັນດາເຈົ້າຄອງນະຄອນຫຼວງອາຊຽນ ແລະ ບັນດານະຄອນອາຊຽນເຫັນໄດ້ເຖິງບົດບາດ ຄວາມສໍາຄັນໃນການຈັດກອງປະຊຸມຮ່ວມກັນ ການເຂົ້າຮ່ວມຂອງບັນດາທ່ານເປັນປະກອບສ່ວນເຂົ້າໃນການສ້າງປະຊາຄົມອາຊຽນໃຫ້ມີຄວາມເຂັ້ມແຂງ ແລະ ຍືນຍົງ ເຮັດໃຫ້ການຮ່ວມມືຂອງບັນດານະຄອນຫຼວງ ແລະ ບັນດານະຄອນອາຊຽນໃນດ້ານຕ່າງໆນັບມື້ນັບເກີດດອກອອກຜົນຍິິ່ງຂື້ນ ພ້ອມດຽວກັນນັ້ັ້ນກອງປະຊຸມຄັ້ງນີ້ຈະເປັນການປະກອບສ່ວນອັນສໍາຄັນເຂົ້າໃນການສົ່ງເສີມການພັດທະນາ ການແລກປ່ຽນບົດ ຮຽນທີ່ດີຮ່ວມກັນໃນການແກ້ໄຂບັນຫາຕ່າງໆຂອງຕົວ ເມືອງໄປພ້ອມກັບການຈັດຕັ້ງປະຕິບັດບັນດາແຜນງານ ແລະ ແຜນດໍາເນີນງານເພື່ອໃຫ້ບັນລຸຄໍາໝາຍໝັ້ນຂອງນະ ຄອນອາຊຽນໃນການສົ່ງເສີມການເຊື່ອມຈອດ ແລະ ຄວາມເຂັ້ມແຂງເພື່ອການພັດທະນາແບບຍືນຍົງຂອງບັນ ດານະຄອນຫຼວງອາຊຽນ ແລະ ນະຄອນອາຊຽນ ພ້ອມທັງເຊື່ອໝັ້ນວ່າຜູ້ແທນກອງປະຊຸມຈະເອົາໃຈໃສຸ່ແລກປ່ຽນຄວາມຮູ້ຄວາມສາມາດແລະບົດຮຽນທີ່ດີຂອງຕົນໃນກອງປະຊມຄັ້ງນີ້ ແລະ ພ້ອມກັນດໍາເນີນກອງປະຊຸມດ້ວຍບັນ ຍາກາດສ້າງສັນຕາມຄໍາຂວັນຂອງກອງປະຊຸມ ເພີີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງ ເພີ່ອການພັດທະນາແບບຍນຍົງຂອງບັນດານະຄອນອາຊຽນ” ເຊິ່ງຄໍາຂວັນດັ່ງກ່າວສອດຄ່ອງກັບຄໍາຂວັນປະທານອາຊຽນປີ 2024 ຂອງ ສປປລາວ ຄື “ເພີິ່ມທະວີການເຊືິ່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ” ຄໍາຂວັນດັ່ງກ່າວແມ່ນສອດຄ່ອງກັບນະໂຍບາຍ ແລະ ເປົ້າໝາຍຂອງ ສປປ ລາວໃນການຫັນປະເທດຈາກປະເທດທີ່ບໍ່ມີຊາຍແດນຕິດກັບທະເລໃຫ້ ເປັນສູນກາງຂອງການເຊືິ່ອມໂຍງ-ເຊືິ່ອມຈອດຂອງພາກ ພື້ນ ແລະ ທັງສອດຄ່ອງກັບເປົ້າໝາຍລວມຂອງອາຊຽນໃນການສ້າງປະຊາຄົມອາຊຽນໃຫ້ເປັນພາກພື້ນທີ່ມີການເຊືິ່ອມໂຍງ-ເຊື່ອມຈອດ ມີຄວາມເຂັ້ມແຂງເພື່ອການພັດທະນາ ສາມາດຮັບມືກັບສິິ່ງທ້າທາຍຕ່າງໆໄດ້ຢ່າງມີປະສິດທິພາບ ແລະ ທັນການ.
![]() |
![]() |
![]() |
ທ່ານ ອາດສະພັງທອງ ສີພັນດອນ ກໍໄດ້ກ່າວບາງຕອນວ່າ ກອງປະຊຸມເຈົ້າຄອງນະຄອນຫຼວງອາຊຽນ (MGMAC) ແລະ ກອງປະຊຸມເວທີເຈົ້ານະຄອນອາຊຽນ (AMF) ໄດ້ດໍາເນີນມາເປັນໄລຍະ 12 ປີ ນັບແຕ່ປີ 2012 ເປັນຕົ້ນມາເຊິ່ງໄດ້ກາຍເປັນເວທີໃຫ້ແກ່ບັນດາການນໍາຂັ້ນທ້ອງຖິ່ນໄດ້ມີການພົບປະແລກປ່ຽນ ໂດຍສະເພາະບັນດາບົດຮຽນປະ ສົບການ ແລະ ສິ່ງທ້າທາຍຂອງນະຄອນຕົນ ໃນກອງປະ ຊຸມຄັ້ງນີ້ ນະຄອນຫຼວງວຽງຈັນໄດ້ກຳນົດຄໍາຂວັນທີ່ສອດ ຄ່ອງ ກັບຄໍາຂວັນປະທານອາຊຽນ ປີ 2024 ຂອງ ສປປ ລາວ ໂດຍໄດ້ກຳນົດຄໍາຂວັນຂອງກອງປະຊຸມ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງເພື່ອການພັດທະ ນາແບບຍືນຍົງຂອງບັນດານະຄອນອາຊຽນ” ເຊິ່ງປະກອບມີ 5 ຂົງເຂດວຽກງານທີ່ສໍາຄັນຄື ຕົວເມືອງທີ່ໜ້າຢູ່ ແລະ ຍືນຍົງ ການທ່ອງທ່ຽວສີຂຽວ ການພັດທະນາເສດຖະກິດແບບຍືນຍົງ ຕົວເມືອງທີ່ມີຄວາມຍືນຍົງທາງດ້ານສິ່ງແວດ ລ້ອມ ແລະ ຄວາມເຂັ້ມແຂງທາງດ້ານການປ່ຽນແປງດິນຟ້າອາກາດເພື່ອເຮັດໃຫ້ພວກເຮົາໄດ້ມີການແລກປ່ຽນທັດ ສະນະ ແລະ ປະກອບຄໍາຄິດເຫັນສາມາດຮ່ວມກັນກໍານົດນະໂຍບາຍ ແລະ ຈັດຕັ້ງປະຕິບັດຕົວຈິງ.