18/09/2024

ວັນທີ 17 ກັນຍາ 2024 ທີ່ນະຄອນຫຼວງວຽງຈັນ, ທ່ານ ອາດສະພັງທອງ ສີພັນດອນ ກໍາມະການສູນກາງພັກ ຮອງເລຂາຄະນະພັກ ,ເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ເຂົ້າພົບປະສອງຝ່າຍ ລະຫວ່າງຄະນະຜູ້ແທນຂັ້ນສູງນະຄອນຫຼວງວຽງຈັນ ແລະ ຄະນະຜູ້ແທນຂັ້ນສູງນະຄອນຫຼວງຮ່າໂນ້ຍ ນຳໂດຍທ່ານ ເຈີ່ນ ສີ ແທ່ງ ກໍາມະການສູນກາງພັກ ຮອງເລຂາຄະນະພັກ, ປະທານຄະນະກຳມະການປະຊາຊົນ ນະຄອນຫຼວງຮ່າໂນ້ຍ ໃນໂອກາດເດີນທາງມາເຂົ້າຮ່ວມກອງປະຊຸມບັນດາເຈົ້າຄອງນະຄອນຫຼວງອາຊຽນ ແລະ ສືບຕໍ່ຢ້ຽມຢາມເຮັດວຽກຢູ່ນະຄອນຫຼວງວຽງຈັນ ມີທ່ານ ຟ໋ານ ມີ່ງ ຈ້ຽນ ທີ່ປຶກສາດ້ານການເມືອງ ສະຖານທູດ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ ແລະ ຂະແໜງການກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.
ທ່ານ ອາດສະພັງທອງ ສີພນດອນ ໄດ້ສະແດງຄວາມຕ້ອນຮັບຢ່າງອົບອຸ່ນຖານເພື່ອນມິດສະຫາຍອ້າຍນ້ອງມາຍັງສະຫາຍ ແລະ ຄະນະຜູ້ແທນຂັ້ນສູງນະຄອນຫຼວງຮ່າໂນ້ຍ ພ້ອມກັນນັ້ນກໍໄດ້ຕີລາຄາສູງຕໍ່ຜົນການຮ່ວມມືຂອງສອງນະຄອນຫຼວງ ໃນໄລຍະຜ່ານມາເຊິ່ງເຫັນໄດ້ວ່າຈະຢູ່ໃນໄລຍະໃດ ເວລາໃດພວກເຮົາ ກໍຍັງຍຶດໝັ້ນອຸດົມການ ແລະ ຄວາມຮັກແພງສະໜິດສະໜົມຖານເພື່ອນມິດຍຸດທະສາດຕໍ່ ກັນໃຫ້ນັບມື້ໄດ້ຮັບໝາກຜົນຢ່າງເປັນຮູບປະທໍາ ແລະ ມີຄວາມໝາຍເລິກເຊິ່ງ ການເດີນທາງມາເຂົ້າຮ່ວມກອງປະຊຸມ ຂອງຄະນະຜູ້ແທນຂັ້ນສູງນະຄອນຫຼວງຮ່າໂນ້ຍໃນຄັ້ງນີ້ ຖືວ່າເປັນການປະກອບສ່ວນເຮັດໃຫ້ກອງປະຊຸມມີຄວາມສຳເລັດ ເປັນການຍົກສູງພາລະບົດບາດຂອງກອງປະຊຸມບັນດາເຈົ້າຄອງນະຄອນຫຼວງອາຊຽນ (MGMAC) ຢູ່ນະຄອນຫຼວງວຽງຈັນໃຫ້ມີຄວາມໝາຍຄວາມສຳຄັນຍິ່ງໆຂຶ້ນ
ພ້ອມນັ້ນ ຍັງເປັນການສະແດງໃຫ້ເຫັນເຖິງນໍ້າໃຈຮັກແພງອັນດູດດື່ມ ຊ່ວຍເຫຼືອສະໜັບສະໜູນເຊິ່ງກັນ ແລະ ກັນດັ່ງມິດສະຫາຍອ້າຍນ້ອງທີ່ເກີດໃນຄອບຄົວເຮືອນຫຼັງດຽວກັນ ພ້ອມນັ້ນຍັງເປັນການເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫ່ຍ ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ ສອງລັດ ກໍຄື ປະຊາຊົນສອງຊາດລາວ-ຫວຽດນາມ ອ້າຍນ້ອງໃຫ້ຍືນຍົງ ແລະ ໜັກແໜ້ນຍິ່ງໆຂຶ້ນ.
![]() |
![]() |