17/09/2024

ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງ ວຽງຈັນ ພົບປະກັບທ່ານ ອິງ ກີມລຽງ ຮອງເຈົ້າແຂວງຊຽມຣຽບ ຣາຊະອານາຈັກກຳປູເຈຍ ໃນວັນທີ 17 ກັນຍາ 2024 ທີ່ນະຄອນຫຼວງວຽງຈັນ ໃນໂອກາດທີ່ ທ່ານ ອິງ ກີມລຽງ ເດີນທາງມາເຂົ້າຮ່ວມກອງປະຊຸມເຈົ້າຄອງນະຄອນຫຼວງອາຊຽນ (MGMAC) ກອງປະຊຸມເວທີເຈົ້ານະຄອນອາ ຊຽນ (AMF) ແລະ ກອງປະຊຸມເຄືອຂ່າຍບັນດານະຄອນອາຊີຕາເວັນອອກສ່ຽງໃຕ້ ຂອງສະມາຄົມບັນດາເຈົ້າຄອງນະຄອນທີ່ນໍາໃຊ້ພາສາຝຣັ່ງ AIMF (RVASE) ທີ່ນະຄອນຫຼວງວຽງຈັນເປັນເຈົ້າພາບວັນທີ 17-19 ກັນຍາ 2024 ນີ້.
ທ່ານ ອາດສະພັງທອງ ສີພັນດອນ ໄດ້ສະແດງຄວາມຕ້ອນຮັບ ແລະ ຕີລາຄາສູງຕໍ່ການພົບປະຄັ້ງນີ້ ພ້ອມນີ້ທ່ານກໍໄດ້ລາຍງານສະພາບການພັດທະນາເສດຖະກິດສັງຄົມໃນ 6 ເດືອນຕົ້ນປີ 2024 ຂະແໜງກະສິກຳຂະຫຍາຍຕົວເພີ່ມຂຶ້ນ 4,2% ກວມເອົາ 13% ຂອງ GDP ຂະແໜງອຸດສາຫະກຳຂະຫຍາຍຕົວເພີ່ມຂຶ້ນ 7,05% ກວມເອົາ 48% ຂອງ GDP ແລະ ຂະແໜງການບໍລິການຂະຫຍາຍຕົວເພີ່ມຂຶ້ນ 3,8% ກວມ ເອົາ 39% ຂອງ GDP ການຈັດຕັ້ງປະຕິບັດວຽກງານຮັກສາຄວາມສະອາດຕົວເມືອງ ອານາໄມເສັ້ນທາງສາຍຫຼັກ ແລະ ບັນດາແຜນງານຕ່າງໆກ່ຽວກັບການຄຸ້ມຄອງຂີ້ເຫຍື້ອ ໃນນະຄອນຫຼວງວຽງຈັນຕາມຍຸດທະສາດ ແລະ ແຜນດໍາເນີນງານການຄຸ້ມຄອງຂີ້ເຫຍື້ອແບບຢືນຢົງ ປີ 2021-2030 ສ້ອມແປງ ປະດັບປະດາຕາມເສັ້ນທາງ ຖະໜົນສາຍຫຼັກ ບັນດາໂຮງແຮມ ຮ້ານອາຫານ ສວນສາທາລະນະຕ່າງໆເພື່ອກະກຽມຕ້ອນຮັບກອງປະຊຸມອາຊຽນ ຄັ້ງທີ 44-45 ທີ່ ສປປ ລາວ ຈະເປັນເຈົ້າພາບໃນເດືອນ ຕຸລາ ປີ 2024 ທີ່ຈະມາເຖິງນີ້ ໂອກາດນີ້ທ່ານເຈົ້າຄອງກໍໄດ້ສະເໜີໃຫ້ມີການແລກປ່ຽນບົດຮຽນ ການສົ່ງເສີມວຽກງານການທ່ອງທ່ຽວ ການຄຸ້ມຄອງ-ອະນຸລັກຮັກສາສະຖານທີ່ທ່ອງທ່ຽວທາງປະຫວັດສາດ ແລະ ວັດທະນະທໍາເຊິ່ງແຂວງຊຽບຣຽບມີບົດຮຽນຫຼາຍໃນດ້ານນີ້ ແລະ ຮ່ວມມືໃນດ້ານອື່ນໆທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນຈົນກ້າວໄປສູ່ການສ້າງນະຄອນມິດຕະພາບຮ່ວມກັນໃນອະນາຄົດ.
ໂອກາດນີ້ ທ່ານ ອິງ ກີມລຽງ ກໍໄດ້ສະແດງຄວາມຂອບໃຈມາຍັງ ທ່ານເຈົ້າຄອງນະຄອນຫຼວງວຽງຈັນ ທີ່ໄດ້ຕ້ອນຮັບ ພ້ອມທັງສະແດງຄວາມຍິນດີ ແລະ ຊົມເຊີຍຕໍ່ການເປັນເຈົ້າພາບຈັດກອງປະຊຸມຄັ້ງນີ້ ພ້ອມທັງອວຍພອນໃຫ້ກອງປະຊຸມໄດ້ຮັບຜົນສຳເລັດຕາມລະດັບຄາດໝາຍທີ່ວາງໄວ້ ເຊິ່ງການພົບປະກັນໃນຄັ້ງນີ້ເປັນຂີດໝາຍອັນສໍາຄັນໜຶ່ງຂອງການພົວພັນຮ່ວມມືລະຫວ່າງສອງນະຄອນ ແລະ ເພື່ອເປັນການເສີມຂະຫຍາຍການພົວພັນຮ່ວມມືຂອງສອງນະຄອນໃຫ້ກ້າວເຂົ້າສູ່ລວງເລີກ ແລະ ເປັນຮູບປະທຳຕົວຈິງ.
![]() |
![]() |