17/09/2024

ໃນລະຫວາງວັນທີ 16-17 ກັນຍາ 2024 ທີ່ສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ ຄະນະຜູ້ແທນນະຄອນຫຼວງວຽງຈັນໃຫ້ກຽດຕ້ອນຮັບຂອງ ທ່ານ ວົງໄຊ ພົມມີໄຊຫົວໜ້າພະແນກການຕ່າງປະເທດ, ທ່ານ ໂພຄຳ ໄຊຍະສອນ ຫົວໜ້າຫ້ອງວ່າການ ນວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະຜູ້ແທນ ບັນດາເຈົ້າຄອງ ນະຄອນທີ່ນໍາໃຊ້ພາສາຝຣັ່ງ ຫລື AIMF ທີ່ເດີນທາງມາເຂົ້າຮ່ວມກອງປະຊຸມ ກອງປະຊຸມເຈົ້າຄອງນະຄອນຫຼວງອາຊຽນ (MGMAC) ແລະ ກອງປະຊຸມເວທີເຈົ້ານະຄອນອາຊຽນ (AMF)
ແລະ ກອງປະຊຸມເຄື່ອຂ່າຍບັນດານະຄອນ ອາຊີຕາເວັນອອກສ່ຽງໃຕ້ຂອງສະມາຄົມບັນດາເຈົ້າຄອງນະຄອນທີ່ນຳໃຊ້ພາສາຝຣັ່ງ AIMF (RVASE) ທີ່ ນະຄອນຫຼວງວຽງຈັນ ສປປ ລາວເປັນເຈົ້າພາບ ຈັດຂຶ້ນໃນລະຫ່ວາງ ວັນທີ 17-19 ກັນຍາ 2024.
ໃນນີ້, ຄະນະຜູ້ແທນທີ່ເດີ່ນທາງມາຮອດນະ ຄອນຫຼວງວຽງຈັນມີ ທ່ານ ກາວ ກິມ ຮຸນ ເລຂາທິການໃຫຍ່ AIMF, ຄະນະຜູ້ ແທນຈາກ ນະຄອນຫຼວງພະນົມເປນ ຣາຊະອານາຈັກກຳປູເຈຍ ນຳໂດຍ ທ່ານ ຮວດ ຮາຍ ຮອງເຈົ້າຄອງນະຄອນຫຼວງພະນົມເປນ ພ້ອມຄະນະ, ຜູ້ແທນ ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ນຳໂດຍ ທ່ານ ເຈີ່ນ ສີ ແທ່ງ ກຳມະການສູນການພັກ, ຮອງເລຂາຄະນະພັກ, ປະທານຄະນະກຳມະການປະຊາຊົນະຄອນຫຼວງຮ່າໂນ້ຍ ພ້ອມຄະນະ; ຜູ້ແທນ ສິງກະໂປ ນຳໂດຍ ທ່ານ ໂມຮາມັດ ຟາມິ ບິນ ອາລິມານ ເຈົ້ານະຄອນອາຊີຕາເວັນອອກສ່ຽງໃຕ້ ພ້ອມຄະນະ ສ່ວນຄະນະຜູ້ແທນ ນະຄອນຫຼວງຈາກາຕ່າ ອິນໂດເນເຊຍ, ນະຄອນຫຼວງກົວລາລຳເປີ ມາເລເຊຍ, ນະຄອນຫຼວງມານິລາ ຟີລິບປີນ, ນະຄອນຫຼວງດີລີ ຕີມໍອອລັດເຕ, ນະຄອນຫຼວງ ເນປີດໍ ມຽນມາ ແລະ ກອງເລຂານະຄອນຫລວງອາຊຽນກໍເດີນ ທາງມາຮອດສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ ໃນຕອນຄ່ຳຂອງວັນດຽວກັນ ສ່ວນ ນະຄອນຫຼວງບາງກອກ ຣາຊະອານາຈັກໄທແມ່ນຈະເດີນທາງມາໃນວັນທີ 18 ກັນ ນີ້.
![]() |
![]() |
![]() |