17/09/2024

ກອງປະຊຸມບັນດານະຄອນອາຊີຕາເວັນອອກສ່ຽງໃຕ້ຂອງສະມາຄົມທີ່ນໍາໃຊ້ພາສາຝຣັ່ງ RVASE (AIMF) ຈັດຂຶ້ນວັນທີ 17 ກັນຍາ 2024 ທີ່ນະຄອນຫຼວງວຽງຈັນ ເປັນປະ ທານຮ່ວມຂອງ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ທ່ານ ເຟເດຣິກ ວານລິເອ ຜູ້ ແທນຂັ້ນສູງຂອງສະມາຄົມບັນດາເຈົ້າຄອງນະຄອນທີ່ນໍາໃຊ້ພາສາຝຣັ່ງ ທ່ານ ລີໂອນາດ ເນວ ຄະນະຜູ້ແທນສະຫະ ພາບເອີຣົບ ມີເອກອັກຄະລັດຖະທູດແຫ່ງສະຫະພາບເອີ ຣົບ ສ ຝຣັ່ງ ສສ ຫວຽດນາມ ແລະ ຣາຊະອານາຈັກ ກໍາປູ ເຈຍ ປະຈໍາ ສປປ ລາວ ແລະ ຂະແໜງການກ່ຽວຂ້ອງເຂົ້າ ຮ່ວມ.
ທ່ານ ອາດສະພັງທອງ ສີພັນດອນ ກ່າວວ່າ ກອງປະຊຸມເຄືອຂ່າຍບັນດານະຄອນອາຊີຕາເວັນອອກສ່ຽງໃຕ້ຂອງສະມາຄົມບັນດາເຈົ້າຄອງ ນະຄອນທີ່ນໍາໃຊ້ພາສາຝຣັ່ງ AIMF (RVASE) ໄດ້ຈັດຂຶ້ນຄັ້ງທໍາອິດປີ 2017 ໂດຍບັນດາອຳນາດການປົກຄອງທ້ອງຖິ່ນໃນພາກພື້ນອາຊີຕາ ເວັນອອກສ່ຽງໃຕ້ໄດ້ມີການຈັດກອງປະຊຸມຮ່ວມກັນໃນກອບຂອງຄູ່ຮ່ວມຍຸດທະສາດລະຫວ່າງ ສະມາຄົມສາກົນເຈົ້າຄອງນະຄອນທີ່ນຳໃຊ້ພາສາຝຣັ່ງ (AIMF) ຮ່ວມກັບ ສະຫະພາບເອີຣົບ (EU) ໃນກອງປະຊຸມດັ່ງກ່າວເເມ່ນໄດ້ຍົກໃຫ້ເຫັນເຖິງຄວາມສຳຄັນ ເເລະ ຄວາມຈຳເປັນຂອງການສ້າງຕັ້ງເຄື່ອຂ່າຍບັນດານະຄອນໃນພາກພື້ນອາຊີຕາ ເວັນອອກສຽງໃຕ້ (RVASE) ໂດຍມີຈຸດປະສົງເພື່ອການເສີມຂະຫຍາຍການຮ່ວມມື ເເລະ ການເເລກປ່ຽນແນວ ທາງການຈັດຕັ້ງປະຕີບັດທີ່ເເທດເໝາະໃນການຮັບມືກັບວິກິດການ ການເຊື່ອມໂຍງພົນລະເມືອງ ເເລະ ການສົ່ງ ເສີມທາງດ້ານການພັດທະນາຕົວເມືອງ ແຜນຈັດຕັ້ງປະຕິບັດງານເເມ່ນໄດ້ມີການຮັບຮອງໂດຍລະບຸຊັດເຈນດ້ານກອບຂອງການຮ່ວມມືເພື່ອໃຫ້ບັນລຸເປົ້າ ໝາຍຮ່ວມກັນເຊັ່ນ ການຄຸ້ມຄອງຂໍ້ມູນດ້ານເຕັກໂນໂລຊີ ການຫັນເປັນນະຄອນອັດສະລິຍະ ການຫັນເປັນຕົວເມືອງຕົວແບບມາດຖານ ເເລະ ມີຄວາມເຂັ້ມແຂງໃນການຕ້ານກັບການ ປ່ຽນແປງທາງດ້ານດິນຟ້າອາກາດ
![]() |
![]() |
![]() |
![]() |
ກອງປະຊຸມຄັ້ງນີ້ຈະກາຍເປັນຂີດໝາຍອັນສໍາຄັນ ແລະ ບັນດາທ່ານຄະນະຜູ້ແທນເຂົ້າຮ່ວມກອງປະຊຸມທັງໝົດຈະໄດ້ປະກອບຄໍາເຫັນ ປຶກສາຫາລື ແລກປ່ຽນທັດສະນະຢ່າງເປັນຮູບປະທໍາ ແລະ ດ້ວຍເຫດຜົນຢ່າງເໝາະສົມ ແນໃສ່ເພື່ອເສີມສ້າງການພົວພັນ ແລະ ການຮ່ວມມືຂອງຂົງເຂດ ພ້ອມນັ້ນນະຄອນຫຼວງວຽງຈັນໄດ້ປະກອບສ່ວນອັນສໍາຄັນເຂົ້າໃນການເສີມສ້າງຄວາມສາມັກຄີ ການພົວພັນຮ່ວມມື ຈະສືບຕໍ່ຊຸກຍູ້ນະໂຍບາຍແລະການຈັດຕັ້ງປະຕິບັດເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງເພື່ອການພັດ ທະນາແບບຍືນຍົງ ພ້ອມນີ້ ສປປ ລາວ ຍັງໄດ້ກຳນົດເອົາປີນີ້ເປັນ “ປີທ່ອງທ່ຽວລາວ 2024” ເພື່ອສົ່ງເສີມການທ່ອງ ທ່ຽວ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ການຮ່ວມມືທາງດ້ານເສດຖະກິດ-ສັງຄົມ ຮ່ວມກັບບັນດາປະເທດອາ ຊຽນໃນພາກພື້ນ ແລະ ໃນໂລກ ເຊິ່ງຈະນໍາເອົາຜົນປະ ໂຫຍດທາງດ້ານເສດຖະກິດໃນທາງກົງ ແລະ ທາງອ້ອມເຊື່ອມຈອດກັບພາກພື້ນ ແລະ ສາກົນ.
#ວຽງຈັນໃໝ່